"ວຽກງານວັນນະຄະດີ ພາສາລາວ ປະຫວັດສາດ ແລະ ສິລະປະ
ເປັນມໍລະດົກທາງດ້ານວັດທະນະທຳຂອງຊາດ
ທີ່ຄູ່ຄວນແກ່ການປົກປ້ອງຮັກສາ ແລະ ສືບທອດ"

ຄວາມເປັນມາ​

  •  ມູນນິທິ ມະຫາ ສິລາ ວິຣະວົງສ໌ (ມມສວ) ໄດ້ຮັບການອະນຸມັດສ້າງຕັ້ງ ຈາກຄະນະຈັດຕັ້ງສູນກາງພັກ ເລກທີ 325/ຄຈສນ, ລົງວັນທີ 9 ກໍລະກົດ 2025. 

    ມມສວ ປະກອບມີ ຄະນະບໍລິຫານມູນນິທິ ຄື:

    ທ່ານ ວິຣະພົນ ວິຣະວົງສ໌  (ປະທານ)

    ທ່ານ ທະນົງສິນ ກັນລະຍາ (ຮອງປະທານ)

    ທ່ານ ປທ.ບຸນທະວີ ກົມພະພັນ (ກໍາມະການ)

    ກິດຈະກຳຂອງ ມມສວ ແມ່ນເຄື່ອນໄຫວໃນ 2 ຂະແໜງການຄື: ຂະແໜງວັດທະນະທຳ ແລະ ຂະແໜງ ສຶກສາ.

ເປົ້າໝາຍ

  •   ສະໜັບສະໜູນ ແລະ ສົ່ງເສີມ ການສຶກສາ ແລະ ຄົ້ນຄວ້າ ກ່ຽວກັບ ວັນນະຄະດີ, ພາສາລາວ, ປະຫວັດສາດ ແລະ ສິລະປະ ອັນເປັນມໍລະດົກວັດທະນະທຳຂອງຊາດ.
  •  ໃຫ້ທຶນສະໜັບສະໜູນ ການສຶກສາຄົ້ນຄວ້າ ແກ່ການຈັດຕັ້ງ ໃນຂົງເຂດວິຊາການດັ່ງກ່າວ.
  •  ສົ່ງເສີມການຄົ້ນຄວ້າ ຫຼາຍສາຂາວິຊາ ທີ່ເຊື່ອມໂຍງກັບ ວັນນະຄະດີລາວ ພາສາລາວ ແລະ ປະຫວັດສາດ.

 

ກິດຈະກຳ

  • ຈັດປະຊຸມ, ເສວະນາ, ຝຶກອົບຮົມ ແລະ ແລກປ່ຽນບົດຮຽນ ເພື່ອພັດທະນາທັກສະຂອງ ນັກວິຊາການ, ນັກສຶກສາ, ແລະ ນັກຮຽນ ຕໍ່ກັບມໍລະດົກວັດທະນະທຳຂອງຊາດ.ຈັດພິມຜີຍແຜ່ຜົນງານ ຂອງ ມະຫາ ສິລາ ແລະ ຜູ້ອື່ນໆ

ກ່ຽວກັບ ມູນນິທິ ມະຫາ ສິລາ ວີຣະວົງສ໌

 

ການສ້າງຕັ້ງ ມູນນິທິ ມະຫາ ສິລາ ວີຣະວົງສ໌ ແມ່ນໃນສະພາບເງື່ອນໄຂ ທີ່ມີຄວາມສໍາຄັນ ແລະ ຈໍາເປັນຕໍ່ວຽກງານ ການສຶກສາ ແລະວັດທະນະທໍາ ເພື່ອເຮັດໃຫ້ການຄົ້ນຄວ້າທາງດ້ານພາສາ ວັນນະຄະດີ ປະຫວັດສາດ ແລະ  ວັດທະນະທໍາ ຮີດຄອງປະເພນີ ອັນດີງາມຂອງຊາດລາວ ມີການພັດທະນາໃຫ້ທັນໂລກ ໃຫ້ຮຸ່ນລູກຫຼານເຮົາໄດ້ສຶກສາ ແລະ ນໍາເອົາບົດຮຽນດັ່ງກ່າວ ມາສືບທອດຕາມເຈດຕະນາອັນຖືກຕ້ອງ ຕາມພາວະວິໄສ.

  • ເພື່ອເຮັດໃຫ້ການສຶກສາ ຄົ້ນຄວ້າຢູ່ພາຍໃນ ໄດ້ຮັບການສົ່ງເສີມ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.
  • ດ້ານວັນນະຄະດີ ເກົ່າແກ່ຈໍານວນຫຼວງຫຼາຍ ທີ່ຍັງບໍ່ທັນໄດ້ຮັບການເຜີຍແຜ່ ແລະ ສຶກສາ ຄົ້ນຄວ້າວິໄຈ.
  • ສຸມໃສ່ການເຜີຍແຜ່ ແກ່ນັກຮຽນຮູ້ ຜູ້ທີ່ກໍາລັງສຶກສາຄົ້ນຄວ້າ ແລະສົ່ງເສີມ ນັກຄົ້ນຄວ້າທາງດ້ານ ວັນນະຄະດີ ພາສາປະຫວັດສາດ ແລະ ວັດທະນະທໍາລາວ ສາມາດເອກອ້າງໃນເວທີສາກົນ ແລະພາກພື້ນໄດ້.

ນອກຈາກນີ້ ມູນນິທິ ມະຫາ ສິລາ ວີຣະວົງ ນີ້ ຍັງສະໜັບສະໜູນດ້ານການສຶກສາ ແລະ ການຄົ້ນຄວ້າ ວັນນະຄະດີລາວ, ປະຫວັດສາດ ແລະ ພາສາ ອັນເປັນມໍລະດົກອັນລໍ້າຄ່າຂອງຊາດ; ຢາກໃຫ້ມີການສົ່ງເສີມ ເຜີຍແຜ່ ດ້ວຍຫຼາຍຮູບແບບ ເຊັ່ນຕັ້ງກອງປະຊຸມວິທະຍາສາດ ເພື່ອຄົ້ນຄ້ວາແລກປ່ຽນ ຄວາມຮູ້ ຄວາມສາມາດ ຜົນງານຕ່າງໆ ໃຫ້ນັກຮຽນ ນັກສຶກສາ ຕໍ່ວຽກງານມໍລະດົກວັດທະນະທໍາຂອງຊາດ, ເພື່ອເປັນການສືບທອດ ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້້ອໃນດ້ານວັດທະນະທໍາຢ່າງມີວິທະຍາສາດ ທັນສະໄໝທັນໂລກ ໂດຍມີການກໍານົດເປົ້າໝາຍໃຫ້ຊັດເຈນເພື່ອໃຫ້ມູນນິທິ ມີທິດທາງແຜນການທີ່ແນ່ນອນ, ສ້າງຄວາມເຂົ້າໃຈໃຫ້ສັງຄົມ ໃນການເຂົ້າຮ່ວມກິດຈະກໍາດ້ວຍຄວາມສະໝັກໃຈ.

 

ຂ່າວ ແລະ ກິດຈະກຳຕ່າງໆ

ກິດຈະກໍາປິ່ນອ້ອມ ໃນງານ 120 ປີ ຊາຕະການ ມະຫາ ສິລາ ວີຣະວົງສ໌

  • ເສັງອ່ານກອນ

ມີນັກສຶກສາເຂົ້າຮ່ວມ ທັງໝົດ 50 ນ້ອງ ຈາກ 8 ໂຮງຮຽນ

  • ຝຶກປະຕິບັດເລົ່າກອນສິນໄຊ

ມີນັກສຶກສາເຂົ້າຮ່ວມ ທັງໝົດ 22 ນ້ອງ ຈາກ 7 ໂຮງຮຽນ

  • ຂຽນບົດລາຍງານຫຍໍ້

ມີນັກສຶກສາເຂົ້າຮ່ວມ ທັງໝົດ 18 ນ້ອງ ຈາກ 7 ໂຮງຮຽນ

ການຈັດພິມປຶ້ມ ປີ 2025

 

  • ວຽກງານຈັດພິມປຶ້ມ ໄດ້ດໍາເນີນນັບຕັ້ງແຕ່ເດືອນ ມິຖຸນາ-ຕຸລາ 2025; ຈັດພິມປຶ້ມ 8 ເລື່ອງ ເຊິ່ງສ່ວນໃຫຍ່ ເຄີຍຈັດພິມມາແລ້ວ. ໃນນັ້ນ ມີ 2 ເລື່ອງທີ່ນໍາໃຊ້ຕົ້ນສະບັບເດີມຈັດໜ້າເດີມ.

ການມອບທຶນສົ່ງເສີມການສຶກສາປີ 2025

  • ໃນປີ 2025 ມມສວ ໄດ້ມອບທຶນການສຶກສາ 4 ທຶນ ໃຫ້ນັກສຶກສາ ຈາກວິທະຍາໄລສົງອົງຕື້ 2 ທຶນ ແລະ ນັກສຶກສາ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ 2 ທຶນ.