ກິດຈະກໍາປິ່ນອ້ອມ ໃນງານ 120 ປີ ຊາຕະການ ມະຫາສິລາ ວີຣະວົງສ໌

ເສັງອ່ານກອນ

  • ມີນັກສຶກສາເຂົ້າຮ່ວມ ທັງໝົດ 50 ນ້ອງ ຈາກ 8 ໂຮງຮຽນ
  • ເຂົ້າຮ່ວມມີ: ໂຮງຮຽນ ສິນໄຊ, ໂຮງຮຽນກ້າວໜ້າ,​ ໂຮງຮຽນ ວິຣະຖາວອນ, ມ.ສ.​ ທ່າງ່ອນ,​ ມ.ສ ຫາດກ້ຽງ, ໂຮງຮຽນຮາກແກ້ວ, ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລສົງອົງຕື້.
  • ຜູ້ເຂົ້າຮ່ວມມີທັງນັກຮຽນ-ນັກສຶກສາລາວ ແລະ ນັກສຶກສາຕ່າງປະເທດ ທີ່ມາຮຽນພາສາ ແລະ ວັດທະນະທຳລາວ. 
  • ຄະນະຮັບຜິດຊອບເຫັນວ່າຜູ້ ເຂົ້າຮ່ວມມີຄວາມກະຕືລືລົ້ນໃນການເຂົ້າຮ່ວມ ແລະ ມີຄວາມພະຍາຍາມອ່ານກອນໃຫ້ໄດ້ຕາມແບບຢ່າງ ທີ່ຄະນະຮັບຜິດຊອບອ່ານເປັນຕົວຢ່າງ. 
  • ໄດ້ຮັບຮາງວັນ 18 ນ້ອງ, ຍິງ 10

ຝຶກປະຕິບັດເລົ່າກອນສິນໄຊ

  • ມີມີນັກສຶກສາເຂົ້າຮ່ວມ ທັງໝົດ 22 ນ້ອງ ຈາກ 7 ໂຮງຮຽນ
  • ເຂົ້າຮ່ວມມີ: ໂຮງຮຽນ ສິນໄຊ, ໂຮງຮຽນກ້າວໜ້າ,​ ໂຮງຮຽນ ວິຣະຖາວອນ, ມ.ສ.​ ທ່າງ່ອນ,​ ມ.ສ ຫາດກ້ຽງ, ໂຮງຮຽນຮາກແກ້ວ, ມະຫາວິທະຍາໄລແຫ່ງຊາດ. 
  • ຄະນະຮັບຜິດຊອບໃຊ້ເວລາ 1 ຊົ່ວໂມງ ນຳພາຜູ້ເຂົ້າຮ່ວມເລົ່າກອນສັງສິນໄຊ ຍັກກະສັນບັ້ນ ຮວມ 16 ແຖວ, ຈົນເລົ່າໄດ້ກັບປາກ.
  • ໄດ້ຮັບຮາງວັນ 18 ນ້ອງ, ຍິງ 12

ຂຽນບົດລາຍງານຫຍໍ້

  • ມີນັກສຶກສາເຂົ້າຮ່ວມ ທັງໝົດ 18 ນ້ອງ ຈາກ 7 ໂຮງຮຽນ
  • ໂຮງຮຽນກ້າວໜ້າ,​ ໂຮງຮຽນ ວິຣະຖາວອນ, ມ.ສ.​ ທ່າງ່ອນ,​ ມ.ສ ຫາດກ້ຽງ, ໂຮງຮຽນຮາກແກ້ວ, ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລ ສິລະປະສຶກສາ. ຄະນະຮັບຜິດຊອບໃຊ້ເວລາ 30 ນາທີ ແນະນຳກ່ຽວກັບການຂຽນລາຍງານ ແລະ ຍົກຕົວຢ່າງ ຈາກນັ້ນຈຶ່ງໃຫ້ຜູ້ເຂົ້າຮ່ວມ ຂຽນລາຍງານກ່ຽວກັບການມາຮ່ວມງານ 120 ປີ ມະຫາສິລາ ຂອງຜູ້ຮ່ວມແຂ່ງຂັນ, ເຫັນວ່າບົດທີ່ອອກມາມີຄວາມສົມບູນທາງດ້ານເນື້ອໃນ ແລະ ມີວິທີການນຳສະເໜີທີ່ໜ້າສົນໃຈສົມຄວນ
  • ໄດ້ຮັບຮາງວັນ 18 ນ້ອງ, ຍິງ 13

ກິດຈະກໍາອ່ານກາບກອນສັງສິນໄຊ

ນ້ອງໆຈາກໂຮງຮຽນສິນໄຊ ຮ່ວມສະແດງເປີດງານ

Leave a Reply