ບົດນໍາ ຄວາມເປັນມາຂອງມູນນິທິ

ມູນນິທິ ມະຫາສິລາ ວີຣະວົງສ໌ ສ້າງຕັ້ງຂຶ້ນໃນເງື່ອນໄຂທີ່ມີຄວາມສໍາຄັນ ແລະ ຈໍາເປັນຕໍ່ວຽກງານ ການສຶກສາ ແລະວັດທະນະທໍາ ເພື່ອເຮັດໃຫ້ການຄົ້ນຄວ້າທາງດ້ານພາສາ ວັນນະຄະດີ ປະຫວັດສາດ ແລະ ວັດທະນະທໍາ ສິລະປະ ຮີດຄອງປະເພນີ ອັນດີງາມຂອງຊາດລາວ ມີການພັດທະນາໃຫ້ທັນໂລກ ໃຫ້ຮຸ່ນລູກຫຼານເຮົາໄດ້ສຶກສາ ແລະ ນໍາເອົາບົດຮຽນດັ່ງກ່າວ ມາສືບທອດຕາມເຈດຕະນາອັນຖືກຕ້ອງ ພາວະວິໄສ.

ຈຸດປະສົງ ຂອງການ ສ້າງຕັ້ງ ມູນນິທິມະຫາສີລາ ວິຣະວົງສ໌ ແມ່ນເພື່ອ:

  • ສະໜັບສະໜູນ ດ້ານການສຶກສາ ກ່ຽວກັບ ພາສາ, ວັນນະຄະດີ, ສາສນາ , ຮີດຄອງປະເພນີ ແລະ ປະຫວັດສາດລາວ ອັນເປັນມໍລະດົກ ທາງດ້ານ ວັດທະນະທຳ ຂອງຊາດ.
  • ໃຫ້ທຶນສະໜັບສະໜູນ ແລະ ສົ່ງເສີມ ບຸກຄົນ ຫຼືການຈັດຕັ້ງ ໃນການຄົ້ນຄວ້າພາສາລາວ, ປະຫວັດສາດ, ສິລະປະ, ວັນນະຄະດີ ອັນເປັນມໍລະດົກວັດທະນະທຳຂອງຊາດ.
  • ສົ່ງເສີມການຄົ້ນຄວ້າຫຼາຍສາຂາວິຊາ ທີ່ເຊື່ອໂຍງກັບວັນນະຄະດີ, ປະຫວັດສາດ ແລະ ພາສາລາວ.
  • ໃຫ້ທຶນສະໜັບສະໜູນແກ່ໂຄງການທີ່ສອດຄ່ອງກັບວຽກງານຂອງມູນນິທິ ເຊັ່ນ: ການຈັດພິມປຶ້ມຜົນງານການຄົ້ນຄວ້າຂອງ ມະຫາສີລາ ວິຣະວົງສ໌ ແລະ ນັກຄົ້ນຄວ້າທ່ານອື່ນໆ, ຈັດກອງປະຊຸມຄົ້ນຄວ້າແລກປ່ຽນບົດຮຽນ …

ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ການຈັດຕັ້ງທຸກພາກສ່ວນ ທີ່ອຳນວຍຄວາມສະດວກໃນການສ້າງຕັ້ງ ແລະ ເຄື່ອນໄຫວຂອງມູນນິທິ ມະຫາສິລາ ວີຣະວົງສ໌, ຂໍຂອບໃຈຢ່າງສູງມາຍັງທຸກໆທ່ານ ທີ່ໃຫ້ການອຸປະຖຳ ແລະ ຫວັງວ່າຈະໄດ້ຮັບການ ຊ່ວຍເຫຼືອສືບຕໍ່ເພື່ອເພີ່ມຂະຫຍາຍການໃຫ້ທຶນ ການສຶກສາ, ການຄົ້ນຄ້ວາ ແລະໂຄງການຕ່າງໆທີ່ກ່ຽວຂ້ອງ ໃຫ້ນັບມື້ນັບຫຼາຍ ແລະ ກວ້າງຂວາງຂຶ້ນໄປເລື້ອຍໆ.

ປະທານ ມມສວ

  • ຈົບປະລິນຍາຕີ ດ້ານວິສະວະກຳກົນຈັກ ຈາກປະເທດອອສເຕຣເລຍ ໃນປີ 1976.
    ໄດ້ເປັນວິຊາການ-ຜູ້ອໍານວຍການ ແລະຄະນະອໍານວຍການ ເຂື່ອນນໍ້າງື່ມໃນປີ 1978, ເປັນຄະນະຮັບຜິດຊອບໂຄງການກໍ່ສ້າງເຂື່ອນນໍ້າງື່ມ 1, ເຂື່ອນເຊເສັດ ຈົນຮອດປີ 1989 ແລ້ວຈຶ່ງໄດ້ຮັບຕຳແໜ່ງຜູ້ອໍານວຍການໃຫຍ່ ບໍລິສັດໄຟຟ້າລາວ ຕັ້ງ ແຕ່ປີ 1995-2006, ຫຼັງຈາກນັ້ນ ແຕ່ປີ 2006-2011 ເປັນຫົວໜ້າກົມໄຟຟ້າ ກະຊວງພະລັງງານ ແລະ ບໍ່ແຮ່.
  • 2011-2017 ໄດ້ຮັບການແຕ່ງຕັ້ງເປັນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າບໍານານ ໃນປີ 2017 ເປັນຕົ້ນມາ.

 

ຮອງປະທານ

  • ຈົບຈາກສະຖາບັນ AZPI ບາກູ, ສະຫະພາບໂຊວຽດ ໃນປີ 1987, ໄດ້ຈົບການສຶກສາປະລິນຍາໂທ ວິທະຍາສາດຄອມພິວເຕີ້ ທີ່ສະຖາບັນ AIT ປະເທດໄທ ຕັ້ງແຕ່ປີ 1997 ເປັນຕົ້ນມາ

  • ໃນປີ 1988 ໄດ້ມາເປັນອາຈານສອນບັນຍາຍ ແລະ ຮອງຫົວໜ້າສູນຄອມພິວເຕີ້ ມະຫາວິທະຍາໄລສັບພະວິຊາ 2ທັນວາ ແລະ ກາຍເປັນຜູ້ກໍ່ຕັ້ງ ແລະ ປະທານ ຜູ້ອໍານວຍການໃຫຍ່ ບໍລິສັດຄອມພິວເຕີດາຕາຄອມ ຈໍາກັດ ຈົນເຖິງປັດຈຸບັນ.

  • ເຄີຍໄດ້ຮັບກຽດເປັນຮອງປະທານຄະນະບໍລິຫານງານ ສະມາຄົມທຸລະກິດໜຸ່ມລາວ (YEAL), ເປັນປະທານສະມາຄົມ ໄອຊີທີ ລາວ (LICA) ,ເປັນຄະນະບໍລິຫານງານ ຮອງປະທານຜູ້ປະຈໍາການສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (LNCCI) ຫຼື ສຄອຊ ແລະ ສະມາຊິກສະພາແຫ່ງຊາດ (ສູນກາງ) ຊຸດທີ IX ເຂດ 12 ແຂວງຄໍາມ່ວນ ຕັ້ງແຕ່ ປີ 2021.

ກຳມະການ

  • ຈົບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກທີ່ ມະຫາວິທະຍາໄລແຫ່ງຊາດໃນປີ 2012-2025. ໃນການຮໍ່າຮຽນນັ້ນ ໄດ້ບວດເປັນພຣະສົງເພື່ອສຶກສາຮໍ່າຮຽນ ລາສິກຂາໃນປີ 2024 ເລີ່ມເຂົ້າເຮັດວຽກ ຫຼັງຮຽນຈົບໃນປີ 2025 ເປັນພະນັກງານສັງກັດກົມວັນນະຄະດີ ຂອງກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ.
  • ມີຜົນງານການລິຈະນາ ແລະ ຄົ້ນຄວ້າວັນນະຄະດີລ້ານຊ້າງ ຄໍາສັບສໍານວນລ້ານຊ້າງບູຮານ ຈັດພິມແລ້ວຫຼາຍເລື່ອງ.
  • ໄດ້ຮັບຮາງວັນ SEA WRITE ສາຂາກະວີ ປີ 2025.

ຜູ້ອຳນວຍການ

  • ຈົບປະລິນຍາຕີ ດ້ານວິສະວະກຳກໍໍ່ສ້າງ, ຊັບພະວິຊາ 2 ທັນວາ, ມະຫາວິທະຍາໄລແຫ່ງຊາດລາວ ປີ 1998. ປະລີນຍາໂທ ດ້ານ ບໍລິຫານທຸລະກິດ ມະຫາວິທະຍາໄລ ເທັກໂນໂລຊີ ຊິດນີ້ (UTS) ປະເທດ ອອດສະເຕເລຍ ປີ 2000 ແລະ ສຶກສາໄລຍະສັ້ນ ດ້ານນະໂຍບາຍ ແລະ ການພັດທະນາ ທີ່ມະຫາວິທະຍາໄລ ໄວກາໂຕ້ (Waikato) ປີ 2008, ປະເທດນິວຊີແລນ.​
  • ເປັນພະນັກງານ ດ້ານວິເຄາະໂຄງການ ຂອງທະນາຄານພັດທະນາອາຊີ ADB ປະຈຳລາວ ປີ 2002, ຫົວໜ້າໂຄງການທົດລອງ ພະລັງງານທົດແທນ ເກສຊີວະພາບ, ທີ່ກະຊວງກະສິກຳແລະ ປ່າໄມ້ ປີ 2006, ຮອງຫົວໜ້າ ການຍົກຍ້າຍຈັດສັນ ແລະ ສິ່ງແວດລ້ອມ-ສັງຄົມ ໂຄງການເຂື່ອນ ເທີນ-ຫີນບຸນ ພາກຂະຫຍາຍ ປີ 2009.
  • 2020 ຮອດ ປັດຈຸບັນ, ເປັນຊ່ຽວຊານອິດສະຫຼະ ດ້ານ ສິ່່ງແວດລ້ອມ-ສັງຄົມ ແລະ ການຕິດຕາມ-ປະເມີນຜົນໂຄງການ ໃນຂະແໜງການກະສິກຳ ແລະ ໂຄງລ່າງ ຂອງ ໂຄງການ ADB ແລະ ອົງກອນສາກົນຕ່າງໆປະຈຳລາວ ແລະ ຄະນະບໍລິຫານ ບໍລິສັດທີ່ປຶກສາ ດ້ານ ສັງຄົມ-ສິ່ງແວດລ້ອມ ISE.​