ການມອບທຶນສົ່ງເສີມການສຶກສາປີ 2025

  • ໃນປີ 2025 ມມສວ ໄດ້ມອບທຶນການສຶກສາ 4 ທຶນ ໃຫ້ນັກສຶກສາ ຈາກວິທະຍາໄລສົງອົງຕື້ 2 ທຶນ ແລະ ນັກສຶກສາ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ 2 ທຶນ.

    ຄະນະກຳມະການລົງຄັດເລືອກນັກສຶກສາທຶນ ມມສວ ປະກອບດ້ວຍ ພຣະອາຈານ ໄຊຍະເດດ ວົງໂສພາ, ທ່ານນາງ ດາຣາ ກັນລະຍາ, ທ່ານ ບຸນທະວີ ກົມພະພັນ ແລະ ທ່ານ ສຸກພັນສາ ພູຜາສຸກ. ໄດ້ລົງເຜີຍແຜ່, ຮັບສະໝັກ, ແລະ ສຳພາດນັກສຶກສາ ຢູ່ວິທະຍາໄລສົງອົງຕື້ ໃນວັນທີ 17/10/2025 ແລະ ຢູ່ມະຫາວິທະຍາໄລແຫ່ງຊາດ ໃນວັນທີ 23/10/2025. 

  • ຜ່ານຂະບວນການອ່ານບົດຂຽນ ແລະ ສຳພາດຜູ້ສະໝັກ ໄດ້ຄັດເລືອກນັກສຶກສາລະດັບປະລິນຍາຕີ ເພື່ອຮັບທຶນ ມມສວ 4 ທ່ານ ຄື:

    • ສໍາມະເນນ ເພັງ ຫລ້າເຄນ ມູນຄ່າ 12 ລ້ານກີບ ນັກສຶກສາ ຈາກວິທະຍາໄລສົງອົງຕື້
    • ສໍາມະເນນ ລີ້ ເພັດໃຈຫານ ມູນຄ່າ 12 ລ້ານກີບ ນັກສຶກສາ ຈາກວິທະຍາໄລສົງອົງຕື້
    • ນາງ ສຸນິຕາ ພອນສະຫວັດ ມູນຄ່າ 12 ລ້ານກີບ ນັກສຶກສາ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ
    • ນາງ ມິນຕາ ທຳມະວົງ ມູນຄ່າ 12 ລ້ານກີບ ນັກສຶກສາ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ