ພິທີ ສັນລະເສີນ ມະຫາສິລາ ວີຣະວົງສ໌ ສິລະປິນແຫ່ງຊາດ ປູຊະນິຍະບຸກຄົນ ຈັດຂຶ້ນໃນເຊົ້າວັນທີ 25/10/25) ທີ່ຫໍສະໝຸດມະຫາສິລາ ວີຣະວົງສ໌ ບ້ານໂພນໄຮຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ມີ ອະດີດການນຳ, ນັກວິຊາການ, ນັກສຶກສາ ເຂົ້າຮ່ວມໃນງານ 250 ທ່ານ.
ເປີດງານດ້ວຍການສະແດງ ຟ້ອນຈໍາປາເມືອງລາວ (ນ. ປັດທະມະພອນ) ແລະ ລະຄອນຄໍາກອນສັງສິນໄຊ (ຮຮ. ສິນໄຊ), ຈາກນັ້ນ ພິທີກອນດໍາເນີນລາຍການ ນາງ ຄອນສະຫວັນ ຢ່າງ ກ່າວຕ້ອນຮັບແຂກ.
ຈາກນັ້ນ ທ່ານ ວິຣະພົນ ວີຣະວົງສ໌ (ປະທານ ມມສວ) ແຈ້ງຂ່າວການສ້າງຕັ້ງ ມູນນິທິ ມະຫາ ສິລາ ວີຣະວົງສ໌.
ທ່ານ ພັນຄໍາ ວິພາວັນ, ອະດີດ ນາຍົກລັດຖະມົນຕີ ກ່າວສັນລະເສີນ ໂດຍມີເນື້ອໃນວ່າ:
“ການປົກປັກຮັກສາ ແລະ ຟື້ນຟູຕົວໜັງສື, ຄວາມເວົ້າ, ວັນນະຄະດີ ແລະ ຫຼັກວັດທະນະທຳຂອງຊາດ ມັນສະແດງເຖິງນ້ຳໃຈຮັກຊາດ ອັນເປັນມໍລະດົກ ແລະ ເປັນມູນເຊື້ອອັນປະເສີດ ແຫ່ງຄວາມພິລະອາດຫານ ທີ່ພໍ່ແມ່ ປູ່ຍ່າຕາຍາຍ ຜູ້ກ້າຫານ ໄດ້ຖ່າຍທອດມາໄວ້ໃຫ້ແກ່ພວກເຮົາ”.
ຂ້າງເທິງນີ້ ແມ່ນທັດສະນະ ແລະ ຄໍາເວົ້າຂອງ ທ່ານ ມະຫາ ສິລາ ວີຣະວົງສ໌ ທີ່ຂ້າພະເຈົ້າຊາບຊຶ້ງໃນໄລຍະຊຸມປີ 1977 – 1983 ເຊິ່ງກະຊວງສຶກສາທິການ ໂດຍພາຍໃຕ້ການໃຫ້ຄຳປຶກສາ ຂອງ ທ່ານ ພູມີ ວົງວິຈິດ ແລະ ມະຫາ ສິລາ ວີຣະວົງສ໌ ໄດ້ຮຽບຮຽງ ແລະ ຈັດພິມປຶ້ມໄວຍະກອນລາວ ສຳລັບໂຮງຮຽນສາມັນສຶກສາ ມໍ1, ມ2, ມ3, ອ1, ອ2 ແລະ ອ3 ເພື່ອໃຊ້ໃນຂອບເຂດທົ່ວປະເທດ.
ທ່ານທັງຫຼາຍ ທຸກປະເທດໃນໂລກ ຍ່ອມມີຫຼັກການປາກເວົ້າ ແລະ ຂີດຂຽນຂອງຕົນ ອັນເປັນຫຼັກພາສາຂອງຕົນ ເພື່ອສະແດງສຳນຽງ ສັກສີ ແລະ ກຽດຂອງຊາດຕົນ ແລະ ສະແດງເຖິງຄວາມເປັນເອກະລາດ ທາງດ້ານວັດທະນະທຳຂອງຕົນ ຄຽງຄູ່ກັບການເປັນເອກະລາດ ທາງດ້ານການເມືອງ, ເສດຖະກິດ ແລະອື່ນໆ…
ປະເທດລາວຂອງພວກເຮົາ ໄດ້ຕົກເປັນເມືອງຂຶ້ນ ເມືອງສ່ວຍ ຂອງຕ່າງຊາດ ປ່ຽນໄປປ່ຽນມາຫຼາຍເທື່ອ ເປັນເວລານານຫຼາຍສະຕະວັດ ອັນໄດ້ເຮັດໃຫ້ພາສາ ວັດທະນະທຳຂອງຊາດ ຖືກແຊກແປງ ກົດຂົ່ມ ຍົວະເຍົ້າ ໃຫ້ຫັນໄປນິຍົມ ປາກເວົ້າ ແລະ ຮ່ຳຮຽນເອົາ ແບບແຜນດຳລົງຊີວິດຂອງເຂົາເຈົ້າ.
ສະໄໝອານາຈັກລ້ານຊ້າງ ຖືໄດ້ວ່າອັກສອນລາວໄດ້ຈະເລີນ, ສາມາດບັນທຶກພາສາລາວໄດ້ຢ່າງຄົບຖ້ວນ ເຊິ່ງສະແດງອອກໃນໜັງສືຜູກ, ໜັງສືໃບລານ ໃນສະຕະວັດທີ XVI ເຊັ່ນ ເລື່ອງສັງສິນໄຊ, ກາລະເກດ, ແຕງອ່ອນ, ທ້າວຮຸ່ງ-ທ້າວເຈືອງ ລ້ວນແຕ່ຂຽນດ້ວຍຕົວໜັງສືລາວ. ໃນໄລຍະທີ່ຕ່າງດ້າວບຽດຢຶດເອົາເປັນເມືອງຂຶ້ນ ອັກສອນລາວຖືກຢຽບຍຳ່ ເກືອບສູນຫາຍ, ແຕ່ບັນພະບູລຸດຊາດລາວເຮົາໄດ້ຕໍ່ສູ້ຢ່າງອົງອາດກ້າຫານ ແລະ ທໍລະຫົດອົດທົນ ເພື່ອປົກປັກຮັກສາ ເພື່ອພັດທະນາພາສາ, ວັນນະຄະດີ ແລະວັດທະນະທຳຂອງຊາດ ໃຫ້ຄົງຢູ່ ຄຽງຄູ່ກັບຄວາມເປັນເອກະລາດຂອງຊາດ. ອັນພົ້ນເດັ່ນແມ່ນ ເລີ່ມແຕ່ 1924 ເປັນຕົ້ນມາ ໂດຍມີເຈົ້າເພັດຊະລາດ ໄດ້ນຳພາບັນດານັກປາດອາຈານ ລົງເລິກຄົ້ນຄວ້າ ແລະ ຕໍ່ສູ້ເພື່ອປົກປັກຮັກສາ ແລະ ພັດທະນາພາສາ ແລະ ວັນນະຄະດີລາວ ໃຫ້ສົມບູນຍິ່ງໆຂຶ້ນ ດັ່ງທີ່ ທ່ານ ພູມີ ວົງວິຈິດ ໄດ້ຂຽນໄວ້ໃນປຶ້ມຄວາມຊົງຈໍາຂອງຊີວິດເຮົາ ໃນຂະບວນວິວັດແຫ່ງປະຫວັດສາດຂອງປະເທດເຮົາວ່າ: “ຮອດເດືອນທັນວາ 1927… ເຮົາມີອາຍຸ 18 ປີກວ່າ… ເຮົາເສັງເປັນນາຍພາສາຝຣັ່ງໄດ້ ແລະ ວັນທີ 27 ທັນວາ 1927 ໄດ້ຖືກແຕ່ງຕັ້ງໃຫ້ເປັນນາຍພາສາ ຢູ່ໂຄງການຜູ້ໃຫຍ່ທີ່ວຽງຈັນ… ແມ່ນເວລາທີ່ເຮົາເລີ່ມຕົ້ນເປັນລູກມື ຮັບໃຊ້ພວກລ່າເມືອງຂຶ້ນຝຣັ່ງ. ເຈົ້າເພັດຊະລາດ ເອົາເຮົາໄປຮ່ວມຄົ້ນຄວ້າພາສາລາວ ປະຫວັດສາດລາວ ແລະ ພຸດທະສາສະໜາ ຮ່ວມກັບ ເຈົ້າຈິດຕະລາດ, ມະຫາແກ້ວ, ປີແອງິນ, ກຸອາໄພ ຊ່ວຍເຈົ້າເພັດຊະລາດ, ອັນໄດ້ເຮັດໃຫ້ເຮົາ ສາມາດຮັບຮູ້ ອັນຖືກອັນຜິດ, ອັນດີອັນຊົ່ວ”…
ທ່ານ ພູມີ ວົງວິຈິດ ເຮັດການຮັບໃຊ້ລະບົບການປົກຄອງ ແບບຫົວເມືອງຂຶ້ນຂອງຝຣັ່ງ ແລະລະບອບລາຊາທິປະໄຕ ໂດຍມີເຈົ້າເພັດຊະລາດ ເປັນຜູ້ອຸ້ມຊູ, ໄດ້ເດີນຕາມສາຍການປົກຄອງ ຈາກການເປັນນາຍພາສາແປ ກ້າວເປັນ ເຈົ້າເມືອງ ເຈົ້າແຂວງ ຫຼາຍບ່ອນ ແລະ ກໍເປັນພະຍາ, ຫຼັງຈາກສົງຄາມໂລກຄັ້ງທີ່ II ເພິ່ນໄດ້ຫັນທິດ ເດີນຕາມເສັ້ນທາງຕໍ່ສູ້ປົດປ່ອຍຊາດ ຂອງແນວລາວຮັກຊາດ ແລ້ວໄດ້ກາຍເປັນໜຶ່ງໃນຜູ້ນຳການປະຕິວັດປົດປ່ອຍຊາດ.
ທ່ານ ມະຫາ ສິລາ ວີຣະວົງສ໌ ເມື່ອສອບເສັງໄດ້ມະຫາ ຫ້າປະໂຫຍກ ທີ່ບາງກອກແລ້ວ ໄດ້ເດີນທາງມາວຽງຈັນ ປີ 1930 ແລະ ເຂົ້າເຮັດວຽກເປັນເລຂານຸການ ຂອງເຈົ້າເພັດຊະລາດ ມີໂອກາດໄດ້ປະກອບພາລະກິດ ຟື້ນຟູການສຶກສາ, ພະພຸດທະສາສະໜາ, ພາສາລາວ ແລະ ວັນນະຄະດີລາວ… ທ່ານໄດ້ພ້ອມກັບບັນດາຜູ້ຮັກຊາດຕໍ່ສູ້ ຕ້ານກັບພວກທີ່ຢາກເອົາອັກສອນ ລາແຕງ ມາໃຊ້ແທນອັກສອນລາວ ໃນຊຸມປີ 1930, ທ່ານໄດ້ຕໍ່ສູ້ເພື່ອເອົາພາສາລາວ ເປັນພາສາທາງການ. ໃນໄລຍະສົງຄາມໂລກຄັ້ງທີ II ທ່ານໄດ້ເປັນນັກເຄື່ອນໄຫວ ໃນຂະບວນການລາວອິດສະຫຼະ ແລະ ປະກອບສ່ວນໃນຂະບວນການປະກາດເອກະລາດ 12 ຕຸລາ 1945.
ເລີ່ມແຕ່ຊຸມປີ 1950 ຈົນເຖິງປີ 1975 ປະເທດເຮົາໄດ້ມີສອງເຂດ ສອງກຳລັງຄື ເຂດປົກຄອງຂອງລັດຖະບານຣາຊະອານາຈັກລາວ (ຫຼືຍັງເອີ້ນວ່າຝ່າຍລັດຖະບານວຽງຈັນ) ແລະ ເຂດປົດປ່ອຍຂອງແນວລາວຮັກຊາດ ເຊິ່ງເລີ່ມຈາກສອງແຂວງເຕົ້າໂຮມ ຫົວພັນ, ຜົ້ງສາລີ ໄດ້ກວມເອົາເນື້ອທີ່ 3 ສ່ວນ 5 ຂອງປະເທດ; ຢູ່ເຂດປົດປ່ອຍຂອງແນວລາວຮັກຊາດ ໄດ້ມີແຜນການຂະຫຍາຍການສຶກສາ ຢ່າງແຂງແຮງ ໂດຍຈັດຕັ້ງການສອນ ການຮຽນ ເປັນພາສາລາວ ໃນທຸກຊັ້ນທຸກສາຍ, ທ່ານ ພູມີ ວົງວິຈິດ ທັງເປັນຜູ້ນຳຂອງແນວລາວຮັກຊາດ ທັງໄດ້ຮັບການມອບໝາຍ ຈາກສູນກາງ ໃຫ້ຄົ້ນຄວ້າແຕ່ງປຶ້ມໄວຍະກອນລາວ ເພື່ອຮັບໃຊ້ພາລະກິດສຶກສາ ທົ່ວເຂດປົດປ່ອຍ ເຊິ່ງມີລັກສະນະຊາດ, ວິທະຍາສາດ ແລະ ມະຫາຊົນ ແລະ ໄດ້ປະກາດໃຊ້ ເມື່ອປີ 1967; ໃນໄລຍະດັ່ງກ່າວ ເຈົ້າສຸພານຸວົງເປັນຜູ້ຮຽບຮຽງປຶ້ມ ປະທານຸກົມ ພາສາຝຣັ່ງ-ລາວ-ຫວຽດນາມ ເພື່ອໃຊ້ທົ່ວເຂດປົດປ່ອຍ.
ທ່ານ ມະຫາ ສິລາ ວີຣະວົງສ໌ ເພິ່ນສືບຕໍ່ຢູ່ເມືອງຫຼວງວຽງຈັນ ເພິ່ນບໍ່ເດີນຕາມເສັ້ນທາງ ເປັນນັກການເມືອງ ຂອງລະບົບການປົກຄອງຂອງຝຣັ່ງ ແລະ ລະບົບຣາຊະອານາຈັກ, ເພິ່ນສືບຕໍ່ຮ່ວມກັບຜູ້ຊົງຄຸນວຸດທິ ແລະ ນັກປາດອາຈານທີ່ຮັກຊາດ ຕໍ່ສູ້ປົກປັກຮັກສາມໍລະດົກທາງດ້ານວັດທະນະທຳ, ພາສາ-ວັນນະ ຄະດີລາວ. ເລີ່ມແຕ່ມີການສ້າງຕັ້ງ ຄະນະກຳມະການວັນນະຄະດີລາວ ໃນປີ 1951 ທ່ານມະຫາ ສິລາ ວີຣະວົງສ໌ ໄດ້ຖືກແຕ່ງຕັ້ງເປັນກຳມະການ ແລະ ເລຂານຸການ ທັງໄດ້ຮັບມອບໝາຍ ໃຫ້ເປັນຜູ້ປັບປຸງຫຼັກໄວຍະກອນພາສາລາວ ຈາກປີ 1950 ມາຍັງປີ 1954, 1972, 1974 ພ້ອມທັງເປັນຜູ້ຮຽບຮຽງ ແລະ ຈັດແຕ່ງປຶ້ມວັດຈະນານຸກົມພາສາລາວ ສະບັບທຳອິດ ເຊິ່ງກະຊວງສຶກສາຂອງລັດຖະບານ ພຣະລາຊະອານາຈັກລາວ ໄດ້ປະກາດໃຊ້ຢ່າງເປັນທາງການ; ທ່ານ ມະຫາ ສິລາ ວີຣະວົງສ໌ ໄດ້ຣິດຈະນາ ໜັງສືວັນນະຄະດີບູຮານ ມາເປັນອັກສອນລາວສະໄໝໃໝ່ ຫຼາຍໆເນື້ອເລື່ອງເຊັ່ນ: ເລື່ອງສັງສິນໄຊ, ນາງຕັນໄຕ, ສຽວສະຫວາດ ທ້າວຮຸ່ງ-ທ້າວເຈືອງ ແລະອື່ນໆ.. ເພິ່ນຍັງເປັນອາຈານສອນພາສາບາລີ ຢູ່ໂຮງຮຽນສົງ ແລະ ເປັນຜູ້ແຕ່ງຕຳລາຮຽນພາສາບາລີ ແລະ ເພິ່ນເປັນຜູ້ແຕ່ງປຶ້ມ ພົງສາວະດານລາວຫົວທຳອິດ ທີ່ພິມໂດຍກະຊວງສຶກສາ. ພາຍຫຼັງສະຖາປະນາ ສປປລ 2 ທັນວາ 1975, ທ່ານ ມະຫາ ສິລາ ວີຣະວົງສ໌ ໄດ້ຮັບໜ້າທີ່ເປັນພະນັກງານຊ່ຽວຊານ ແລະໃຫ້ຄຳປຶກສາ ແກ່ກະຊວງສຶກສາ ໃນການຮຽບຮຽງ ແລະ ຈັດພິມປຶ້ມໄວຍາກອນລາວ ເພື່ອນຳໃຊ້ເອກະພາບໃນທົ່ວປະເທດ ດັ່ງທີ່ໄດ້ກ່າວໄປແລ້ວເບື້ອງຕົ້ນ.
ເວົ້າໄດ້ວ່າຕະຫຼອດຊີວິດ ທ່ານ ມະຫາ ສິລາ ວີຣະວົງສ໌ ໄດ້ອຸທິດຕົນເພື່ອການຟື້ນຟູ ພາສາລາວ, ວັນນະຄະດີລາວ ແລະ ອັກສອນສາດລາວ ເພິ່ນໄດ້ສ້າງຜົນງານທີ່ເປັນມໍລະດົກອັນລໍ້າຄ່າ ທາງດ້ານວັດທະນະທຳ ໄວ້ໃຫ້ຄົນຮຸ່ນຫຼັງໄດ້ສືບທອດ. ສົມແລ້ວທີ່ເພິ່ນໄດ້ຮັບນາມມະຍົດ ຈາກພັກ-ລັດຖະບານ ໃຫ້ເປັນສິລະປິນແຫ່ງຊາດ.
ທ່ານຜູ້ມີກຽດ ແລະ ທ່ານຜູ້ອາວຸໂສທີ່ເຄົາລົບ ໂດຍສືບທອດມູນເຊື້ອອັນປະເສີດ ຂອງບັນພະບຸລຸດ ທີ່ໄດ້ກ່າວໄປແລ້ວຂ້າງເທິງນັ້ນ, ປີ 2025 ນີ້ ທາງກະຊວງສຶກສາ ໄດ້ນຳພາສະຖາບັນວິທະຍາສາດການສຶກສາ ແລະ ຄະນະອາຈານຜູ້ຊົງຄຸນວຸດທິ ດ້ານພາສາສາດ ປັບປຸງຄືນສຳເລັດ ປຶ້ມໄວຍາກອນລາວ ແລະ ກຳລັງຂຸ້ນຂ້ຽວຮຽບຮຽງ ວັດຈະນານຸກົມພາສາລາວ ສະບັບທາງການ ຄາດວ່າຈະສຳເລັດໃນໄລຍະມໍ່ໆນີ້.
ຜົນງານ ແລະ ຄຸນງາມຄວາມດີຂອງທ່ານ ມະຫາ ສິລາ ວີຣະວົງສ໌ ກໍຄືບັນດາບັນພະບູລຸດຜູ້ຮັກຊາດ ຍືນຍົງຢູ່ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງພວກເຮົາຕະຫຼອດໄປ.ທ່ານ ພັນຄໍາ ວິພາວັນ ຍັງໄດ້ໃຫ້ກຽດ ຕີຄ້ອງເປີດງານ ແລະ ພິທີກໍສິ້ນສຸດລົງດ້ວຍການ ອ່ານ ກາບກອນ “ຄຸນພໍ່ຍໍລູກ” ໂດຍ ທ່ານ ນາງ ດວງເດືອນ ບຸນຍາວົງ.

ທ່ານ ພັນຄຳ ວິພາວັນ ກ່າວສັນເສີນຜົນງານ ມະຫາສິລາ ວີຣະວົງສ໌
ທ່ານ ນາງ ດວງເດືອນ ບຸນຍາວົງ ອ່ານ ກາບກອນ “ຄຸນພໍ່”
