ກິດຈະກໍາປິ່ນອ້ອມ ໃນງານ 120 ປີ ຊາຕະການ ມະຫາສິລາ ວີຣະວົງສ໌

ເສັງອ່ານກອນ ມີນັກສຶກສາເຂົ້າຮ່ວມ ທັງໝົດ 50 ນ້ອງ ຈາກ 8 ໂຮງຮຽນ ເຂົ້າຮ່ວມມີ: ໂຮງຮຽນ ສິນໄຊ, ໂຮງຮຽນກ້າວໜ້າ,​ ໂຮງຮຽນ ວິຣະຖາວອນ, ມ.ສ.​ ທ່າງ່ອນ,​ ມ.ສ ຫາດກ້ຽງ, ໂຮງຮຽນຮາກແກ້ວ, ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລສົງອົງຕື້. ຜູ້ເຂົ້າຮ່ວມມີທັງນັກຮຽນ-ນັກສຶກສາລາວ ແລະ ນັກສຶກສາຕ່າງປະເທດ ທີ່ມາຮຽນພາສາ ແລະ ວັດທະນະທຳລາວ.  ຄະນະຮັບຜິດຊອບເຫັນວ່າຜູ້ ເຂົ້າຮ່ວມມີຄວາມກະຕືລືລົ້ນໃນການເຂົ້າຮ່ວມ ແລະ ມີຄວາມພະຍາຍາມອ່ານກອນໃຫ້ໄດ້ຕາມແບບຢ່າງ ທີ່ຄະນະຮັບຜິດຊອບອ່ານເປັນຕົວຢ່າງ.  ໄດ້ຮັບຮາງວັນ 18 ນ້ອງ, ຍິງ 10 ຝຶກປະຕິບັດເລົ່າກອນສິນໄຊ ມີມີນັກສຶກສາເຂົ້າຮ່ວມ ທັງໝົດ 22 ນ້ອງ ຈາກ 7 ໂຮງຮຽນ ເຂົ້າຮ່ວມມີ: ໂຮງຮຽນ ສິນໄຊ, ໂຮງຮຽນກ້າວໜ້າ,​ ໂຮງຮຽນ ວິຣະຖາວອນ, ມ.ສ.​…

Continue Readingກິດຈະກໍາປິ່ນອ້ອມ ໃນງານ 120 ປີ ຊາຕະການ ມະຫາສິລາ ວີຣະວົງສ໌

ພິທີ ສັນລະເສີນ ສິລະປິນແຫ່ງຊາດ ປູຊະນິຍະບຸກຄົນ

ພິທີ ສັນລະເສີນ ມະຫາສິລາ ວີຣະວົງສ໌ ສິລະປິນແຫ່ງຊາດ ປູຊະນິຍະບຸກຄົນ ຈັດຂຶ້ນໃນເຊົ້າວັນທີ 25/10/25) ທີ່ຫໍສະໝຸດມະຫາສິລາ ວີຣະວົງສ໌ ບ້ານໂພນໄຮຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ມີ ອະດີດການນຳ, ນັກວິຊາການ,​ ນັກສຶກສາ ເຂົ້າຮ່ວມໃນງານ 250 ທ່ານ. ເປີດງານດ້ວຍການສະແດງ ຟ້ອນຈໍາປາເມືອງລາວ (ນ. ປັດທະມະພອນ) ແລະ ລະຄອນຄໍາກອນສັງສິນໄຊ (ຮຮ. ສິນໄຊ), ຈາກນັ້ນ ພິທີກອນດໍາເນີນລາຍການ ນາງ ຄອນສະຫວັນ ຢ່າງ ກ່າວຕ້ອນຮັບແຂກ.  ຈາກນັ້ນ…

Continue Readingພິທີ ສັນລະເສີນ ສິລະປິນແຫ່ງຊາດ ປູຊະນິຍະບຸກຄົນ