ກິດຈະກໍາປິ່ນອ້ອມ ໃນງານ 120 ປີ ຊາຕະການ ມະຫາສິລາ ວີຣະວົງສ໌
ເສັງອ່ານກອນ ມີນັກສຶກສາເຂົ້າຮ່ວມ ທັງໝົດ 50 ນ້ອງ ຈາກ 8 ໂຮງຮຽນ ເຂົ້າຮ່ວມມີ: ໂຮງຮຽນ ສິນໄຊ, ໂຮງຮຽນກ້າວໜ້າ, ໂຮງຮຽນ ວິຣະຖາວອນ, ມ.ສ. ທ່າງ່ອນ, ມ.ສ ຫາດກ້ຽງ, ໂຮງຮຽນຮາກແກ້ວ, ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລສົງອົງຕື້. ຜູ້ເຂົ້າຮ່ວມມີທັງນັກຮຽນ-ນັກສຶກສາລາວ ແລະ ນັກສຶກສາຕ່າງປະເທດ ທີ່ມາຮຽນພາສາ ແລະ ວັດທະນະທຳລາວ. ຄະນະຮັບຜິດຊອບເຫັນວ່າຜູ້ ເຂົ້າຮ່ວມມີຄວາມກະຕືລືລົ້ນໃນການເຂົ້າຮ່ວມ ແລະ ມີຄວາມພະຍາຍາມອ່ານກອນໃຫ້ໄດ້ຕາມແບບຢ່າງ ທີ່ຄະນະຮັບຜິດຊອບອ່ານເປັນຕົວຢ່າງ. ໄດ້ຮັບຮາງວັນ 18 ນ້ອງ, ຍິງ 10 ຝຶກປະຕິບັດເລົ່າກອນສິນໄຊ ມີມີນັກສຶກສາເຂົ້າຮ່ວມ ທັງໝົດ 22 ນ້ອງ ຈາກ 7 ໂຮງຮຽນ ເຂົ້າຮ່ວມມີ: ໂຮງຮຽນ ສິນໄຊ, ໂຮງຮຽນກ້າວໜ້າ, ໂຮງຮຽນ ວິຣະຖາວອນ, ມ.ສ.…
