ປະຫວັດ ມະຫາ ສິລາ ວີຣະວົງສ໌

ເກີດເມື່ອວັນທີ 1 ສິງຫາ 1905 ທີ່ບ້ານໜອງໝື່ນຖ່ານ ເມືອງອາດສາມາດ ຈັງຫວັດຮ້ອຍເອັດ ປະເທດໄທ ເປັນລູກຄົນທີ 4 ໃນຈຳນວນ 9 ຄົນ ຂອງທິດເສນ ແລະ ນາງດາ ຊຶ່ງເປັນຄອບຄົວຊາວນາ ທີ່ສືບເຊື້ອສາຍມາຈາກ ພະຍາເມືອງປາກ ຜູ້ເປັນປູ່ທວດ, ພະຍາເມືອງປາກ ເປັນຕົ້ນຕະກູນທີ່ໄປຈາກນະຄອນຈຳປາສັກ. ບ້ານໜອງໝື່ນຖ່ານ ເປັນບ້ານໃຫຍ່ສົມຄວນ ມີປະມານ 300 ຫຼັງຄາເຮືອນ ຕັ້ງຢູ່ແຄມໂຄກ ດ້ານຕາເວັນຕົກຂອງບ້ານ ມີໂຄກ ປ່າຈິກ ປ່າກຸງ ເຊິ່ງອຸດົມໄປດ້ວຍພືດຜົນທີ່ເກີດເອງ ເປັນຕົ້ນ ເຫັດຕ່າງໆ ແລະຜັກ; ດ້ານຕາເວັນອອກ ຂອງບ້ານມີໜອງໃຫຍ່ເລິກ ນໍ້າຂັງຢູ່ຕະຫຼອດປີຮຽກວ່າ ໜອງໝື່ນຖ່ານ ເປັນທີ່ອາໄສຂອງງົວຄວາຍໄດ້ລົງກິນລົງນອນໃນລະດູແລ້ງ. ຖັດຈາກໜອງໝື່ນຖ່ານນີ້ອອກໄປ ກໍເປັນ “ທົ່ງນາທົ່ມ” (ນາໂຄກ ທີ່ມີຕົ້ນໄມ້ຫ່າງໆ) ກວ້າງສຸດສາຍຕາ. ໃນປະຖົມໄວ ທ່ານບວດເປັນຈົວ ຈຶ່ງໄດ້ຮຽນໜັງສືຕົວທຳ, ຕົວຂອມ, ຕົວໄທ ແລະ ຕົວລາວ ສະຫຼັບດ້ວຍການຮຽນທາງໂລກຄື ໂຮງຮຽນປະຖົມ ເມື່ອໃຫຍ່ມາກໍໄປຮຽນຕໍ່ ທີ່ກຸງເທບ ໂດຍຢູ່ໃນສະມະນະເພດ ຈົນສຳເລັດມະຫາປະໂຫຍກ 5 ໃນປີ 1927.ມື່ອມາຮອດກຸງເທບແລ້ວ ກໍໄດ້ໄປຢູ່ວັດປະທຸມມະວະນາຣາມ ຫຼື ວັດສະປະທຸມ ແລະໄດ້ເຂົ້າຮຽນຊັ້ນນັກທັມເອກ ສອບເສັງໄດ້ທີໜຶ່ງ ໃນຈໍານວນນັກສອບເສັງທັງຫມົດທົ່ວກຸງເທບ 390 ອົງ ເຊິ່ງສອບໄດ້ ແຕ່ພຽງ 90 ຄົນ ໃນປີ ພ.ສ. 2468, ໃນປີ ພ.ສ. 2469 ກໍສອບໄດ້ ມະຫາ 3 ປະໂຫຍກ ແລະໄດ້ບວດເປັນພິກຂຸ ໃນປີນັ້ນ ໄດ້ອ່ານໜັງສືພິມລາວທີ່ອອກໃນວຽງຈັນ ສະໄໝນັ້ນ ເຊິ່ງພວກພຣະເມືອງໂຂງເອົາໄປໃຫ້ອ່ານ ຈຶ່ງມີຄວາມຄຶດຢາກມາເຫັນວຽງຈັນ ເປັນທີ່ສຸດ, ພ້ອມໆກັນນັ້ນ ກໍໄດ້ອ່ານໜັງສືເຫຼັ້ມໜຶ່ງ ທີ່ໄດ້ຮັບແຈກໃນງານບຸນທອດກະຖິນຫຼວງ ຊື່ “ປຣາບກະບົດ ໄອ້ອະນຸ ວຽງຈັນ” ຈັດພິມໂດຍ ເຈົ້າຟ້າພຣະນະຄອນສະຫວັນ ວໍຣະພິນິຈ ອົງອະພິຣັກມຸນຕຣີ ຂອງພຣະເຈົ້າແຜ່ນດິນສະຫຍາມ ລາຊະການ ທີ 7. ໃນປຶ້ມເຫຼັ້ມນີ້ເອີ້ນ ເຈົ້າອະນຸ ວ່າ “ໄອ້ອະນຸ” ແລະຮຽກຊື່ເຈົ້າຍິງຄໍາປ້ອງ ມະເຫສີເຈົ້າອະນຸ ວ່າ “ອີ່ຄໍາປ້ອງ” ເມື່ອອ່ານຕະຫຼອດເລື່ອງ ແລ້ວຮູ້ສຶກເຈັບແສບເປັນທີ່ສຸດ ຄວາມຄຶດເລື່ອງການກູ້ຊາດ ເລີຍເກີດມີຂຶ້ນ ແລະແຮງກ້າແບບຄຽດແຄ້ນຫລາຍ ປີ 1930 ທ່ານເດີນທາງມາວຽງຈັນ ໃນຊຸດຜ້າເຫຼືອງ ບໍ່ຮອດປີ ກໍສິກ ແລ້ວເຂົ້າເຮັດການເປັນສະໝຽນ ນໍາເຈົ້າມະຫາອຸປະຣາດ ເພັດຊະຣາດ, ຕອນນັ້ນເຈົ້າເພັດຊະຣາດ ດຳຣົງຕຳແໜ່ງເປັນ ສາຣະວັດກວດກາແຜ່ນດິນລາວ ທັງເປັນຜູ້ຮັບຜິດຊອບຟື້ນຟູວັດທະນະທຳລາວ ໂດຍສະເພາະ ການສຶກສາພຸດທະສາສະໜາ ດ້ວຍການອຸປະຖຳ ຂອງສະມາຄົມນັກປາດຝຣັ່ງ ພາກບູຣະພາ (E.F.E.O).



ໄລຍະປີ 1933 ມະຫາ ສິລາ ວີຣະວົງສ໌ ໄດ້ແຕ່ງໜັງສືແບບຮຽນຕ່າງໆຂຶ້ນ ຄື: ໄວຍະກອນປາລີ ທັງ 4 ພາກ, ແປໜັງສືສູດມົນທີ່ພຣະສົງໃຊ້ສູດມົນໃນວຽງຈັນ ແລະ ໄດ້ພິມຂຶ້ນເປັນເຫຼັ້ມນໍາ, ຫຼັງຈາກນັ້ນ ຍັງໄດ້ເຮັດປະຕິິທິນ ຂອງປະເທດລາວເປັນຄັ້ງທໍາອິດ ຈາກການທີ່ເຈົ້າເພັດຊະຣາດ ມອບປຶ້ມ ຄັມພີສຸຣິຍະຍາຕຣ໌ ໃຫ້ເພື່ອຄໍານວນ, ປີ 1940 ເປັນໄລຍະຕົ້ນຂອງສົງຄາມໂລກຄັ້ງທີ 2 ເກີດຂະບວນການຕໍ່ສູ້ຂອງປະຊາຊົນລາວ ເພຶ່ອຍາດເອົາເອກະລາດຈາກຝຣັ່ງ ມະຫາ ສິລາ ໄດ້ເຂົ້າຮ່ວມເຄື່ອນໄຫວຢ່າງຫ້າວຫັນ ແລະມາຮອດປີ 1941 ກໍຕ້ອງຫຼົບໜີໄປທະເທດໄທ ເພາະອຳນາດການປົກຄອງຝຣັ່ງນຳຈັບຕົວ. ແລະເນື່ອງຈາກເພິ່ນໄດ້ອ່ານຄົ້ນຄວ້າວັນນະຄະດີເລື່ອງທ້າວຮຸ່ງ ທ້າວເຈືອງ ຈຶ່ງໄດ້ເຫັນວ່າ ກອນລາວທັງໝົດເປັນກອຮໍນ 7 ບໍ່ແມ່ນກອນ 8 ເມື່ອດເປັນດັ່ງນັ້ນ ອີງຕາມຄັມພີ ກາພຍະສາຣະວິສາລິນີ ຂອງປາລີ ເອີ້ນວ່າ ກາບວິດຊຸມາລີ ມະຫາ ສິລາ ຈຶ່ງໄດ້ແຕ່ງແບບແຕ່ງກອນລາວຂຶ້ນ ໃສ່ຊື່ວ່າ ແບບແຕ່ງກອນລາວໄທວຽງຈັນທນ໌  ໃສ່ຊື່ວ່າກອນ ວິດຊຸມາລີ ຈຳໜ່າຍ 1.000 ສະບັບເປັນຄັ້ງແຮກ ແລະ ຄົນແຮກ. ປີ 1948 ກັບມາລາວ ແລະ ໄດ້ເຮັດວຽກຢູ່ສະພາຜູ່ແທນຣາສດອນ ໂດຍເປັນເລຂານຸການຢູ່ກົມທໍາມະການ ແລ້ວ ນັບແຕ່ປີ 1952 ກໍມາປະຈໍາການຢູ່ກະຊວງສຶກສາ ເປັນກໍາມະການວັນນະຄະດີຊຸດກໍ່ຕັ້ງ ທັງເປັນອາຈານສອນວັນນະຄະດີລາວ ແລະ ພາສາປາລີ ຢູ່ວິທະຍາໄລປາວີຫຼາຍປີ. ຮອດປີ 1956 ໄດ້ສະໝັກເລືອກຕັ້ງເປັນຜູ້ແທນແຂວງວຽງຈັນໃນພັກຊາດກ້າວໜ້າ ແຕ່ບໍ່ໄດ້ ແລະ ເມື່ອກອງວັນນະຄະດີປ່ຽນກົມ ຈຶ່ງໄດ້ເປັນຫົວໜ້າກອງຈົນກະສຽນ ອອກກິນບໍານານ ປີ 1963.
ມະຫາ ສິລາ ໄດ້ຮັບໜ້າທີ່ເປັນອາຈານສອນພາສາບາລີ ຢູ່ໂຮງຮຽນບາລີ ທີ່ຂຶ້ນກັບ ພຸດທະບັນດິດສະພາຈັນທະບູຣີ ອັນເປັນສະຖາບັນແຫ່ງທໍາອິດຂອງປະເທດລາວ, ທຳອິດແມ່ນມະຫາແກ້ວ ເປັນອາຈານສອນບາລີ, ຕໍ່ມາແມ່ນມະຫາຮັກ ມີອະດີດ ເຈົ້າອາວາດວັດສີເມືອງ ຈັງຫວັດໜອງຄາຍປະເທດໄທ). ເມື່ອທັງສອງທ່ານນີ້ ລາອອກແລ້ວ ມະຫາ ສິລາ ກໍໄດ້ຮັບໜ້າທີ່ແທນ.ມະຫາ ສິລາ ກາຍເປັນບຸກຄົນໃນຕຳນານ ເຊິ່ງປະຊາຊົນຢູ່ຕາມລຽບສອງຝັ່ງແມ່ນໍ້າຂອງເລົ່າຂານກັນມາ ຜົນງານຂອງເພິ່ນແຜ່ຫຼາຍໃນທົ່ວປະເທດ ແລະ ຈຳນວນບໍ່ໜ້ອຍ ກະຈັດກະຈາຍ ຢູ່ທາງພາກອີ່ສານຂອງປະເທດໄທ. ດັ່ງນັ້ນ ເພື່ອເປັນການແລກປ່ຽນຂໍ້ມູນ ແລະ ທັດສະນະຕ່າງໆກ່ຽວກັບທ່ານຜູ່ນີ້ ຈິ່ງມີການສໍາມະນາ ລະຫວ່າງ ນັກວິຊາການຈາກສອງຝັ່ງຂອງ ເມື່ອວັນທີ 28 ເມສາ 1990 ທີ່ນະຄອນວຽງຈັນ. ນັບເປັນການແລກປ່ຽນຄວາມຄິດຄວາມເຫັນໃນຫຼາຍແງ່ມຸມ ເພາະມະຫາສິລາ ເປັນທັງນັກອັກສອນສາດ, ນັກພາສາ, ນັກວັນນະຄະດີ, ນັກກະວີ, ນັກປະຫວັດສາດ, ນັກໂຫຣາສາດ ແລະ ນັກເຄື່ອນໄຫວຕໍ່ສູ້ເພື່ອເອກະລາດຂອງລາວ ໃນຊຸມປີ 1940. “ຕະຫຼອດຊີວິດຂອງທ່ານ ມະຫາ ສິລາ ວີຣະວົງສ໌ ໄດ້ອຸທິດຕົນ ໃຫ້ແກ່ການຄົ້ນຄວ້າ ພາສາ, ວັນນະຄະດີ, ປະຫວັດສາດ ແລະ ຍັງເປັນຫ່ວງເປັນໃຍ ຈົນເຖິງວາຣະສຸດທ້າຍຂອງທ່ານ ດ້ວຍຢາກໃຫ້ວັນນະຄະດີລາວ ສະໄໝບູຮານ ໄດ້ຮັບການພິມອອກເຜີຍແຜ່ຕໍ່ມວນຊົນຢ່າງທົ່ວເຖິງ. ບັນດານັກສຶກສາ, ນັກຄົ້ນຄວ້າ ທັງລາວ ແລະ ຕ່າງປະເທດ ຕ່າງກໍຖືເອົາຜົນງານຂອງທ່ານເປັນບ່ອນອີງ ເພື່ອຊອກຮູ້ເອົາຂໍ້ມູນ. ຫຼາຍໆຄົນຍົກຍ້ອງ ແລະ ນັບຖືທ່ານເປັນອາຈານ ເປັນຜູ້ຊົງຄຸນວຸດທິ ເປັນນັກປຣາດຜູ້ໜຶ່ງ ຂອງລາວ…”