ຫໍສະໝຸດ ມະຫາ ສິລາ ວີຣະວົງສ໌
ຄວາມເປັນມາ:
ຫໍສະໝຸດ ມະຫາ ສິລາ ວີຣະວົງສ໌ ຕັ້ງຢູ່ບ້ານໂພນໄຮຄຳ, ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເປີດໃຫ້ບໍລິການຢ່າງເປັນທາງການ ໃນວັນທີ 25 ທັນວາ 2004.
ຫໍສະໝຸດແຫ່ງນີ້ກໍ່ຕັ້ງໂດຍ ລູກຫຼານຂອງທ່ານ ມະຫາ ສິລາ ວີຣະວົງສ໌ ເພື່ອເປັນບ່ອນເກັບມ້ຽນ, ວາງສະແດງ ແລະ ເຜີຍແຜ່ ຜົນງານຂອງທ່ານ ມະຫາ ສິລາ ວີຣະວົງສ໌ ນັກປາດອາວຸໂສ ຜູ້ມີສ່ວນຮ່ວມສຳຄັນໃນການວາງຮາກຖານການສຶກສາຄົ້ນຄວ້າພາສາ-ວັນນະຄະດີ, ປະຫວັດສາດ ແລະ ວັດທະນະທຳຂອງຊາດລາວ.
ການໃຫ້ບໍລິການ:
ເປີດໃຫ້ບໍລິການທຸກວັນ ຕາມການນັດໝາຍ. ນັບແຕ່ກໍ່ຕັ້ງມາ ຫໍສະໝຸດແຫ່ງນີ້ ໄດ້ເປັນບ່ອນສະໜອງຂໍ້ມູນ ແກ່ນັກຄົ້ນຄວ້າທັງພາຍໃນແລະຕ່າງປະເທດ ທີ່ສຶກສາດ້ານພາສາ-ວັນນະຄະດີ, ປະຫວັດສາດ ແລະ ວັດທະນະທຳລາວ ອີກທັງເປັນບ່ອນສ້າງແຮງບັນດານໃຈ ໃຫ້ແກ່ນັກຮຽນ-ນັກສຶກສາ ແລະ ບຸກຄົນທົ່ວໄປ ໃນການອະນຸຮັກ ແລະ ສົ່ງເສີມ ສິລະປະ-ວັນນະຄະດີ ຂອງຊາດລາວ.
